ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ


ສະຫາຍ ພົນຕີ ຄຳເພັດ ສີຊານົນ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ

    ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວກຳລັງປະກອບອາວຸດ ປະຊາຊົນລາວ, ພວມສຸມໃສ່ສ້າງຂະບວນການດ້ານຕ່າງໆ
ເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ຄືວັນທີ 20 ມັງກອນ 1949-20 ມັງກອນ 2024 ທີ່ໃກ້ຈະມາເຖິງ
ໃນມໍ່ໆນີ້, ໃຫ້ເຕັມໄປດ້ວຍບັນຍາກາດ ແລະ ຂະບວນການຟົດຟື້ນ.

     ສະຫາຍ ພົນຕີ ຄຳເພັດ ສີຊານົນ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຕາງ
ໜ້າໃຫ້ນາຍ ແລະ ພົນທະຫານ ທົ່ວເຫຼົ່າຮົບພະລາທິການທົ່ວກອງທັບ, ໄດ້ໃຫ້ທັດສະນະ ແລະ ສະແດງຄວາມຮູ້ສຶກຕໍ່ ວັນສ້າງຕັ້ງກອງທັບປະ
ຊາຊົນລາວ ວ່າ, ຜ່ານໄລຍະທາງ 75 ປີ ແຫ່ງການປະຕິວັດຕໍ່ສູ້ປົດປ່ອຍຊາດ ແລະ ໄລຍະປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ
ນາປະເທດຊາດ, ກອງທັບຍາມໃດກໍຮັກສາໄດ້ທາດແທ້ມູນເຊື້ອອັນສະຫງ່າງາມຂອງຕົນ, ເຊິ່ງກອງທັບປະຊາຊົນລາວ ໂດຍແມ່ນພັກປະຊາຊົນ
ປະຕິວັດລາວເປັນຜູ້ຈັດຕັ້ງ, ນຳພາ-ບັນຊາ ແລະ ສຶກສາອົບຮົມ, ພັກປະຊາຊົນປະຕິວັດລາວ ຍຶດໝັ້ນລັດທິມາກ-ເລນິນ ແລະ ມູນເຊື້ອອັນດີ
ງາມຂອງຕົນເປັນພື້ນຖານແນວຄິດທິດສະດີຂອງພັກ; ດັ່ງນັ້ນ, ກອງທັບຂອງປະຊາຊົນລາວ ຈຶ່ງມີທາດແທ້ຂອງຊົນຊັ້ນກໍາມະກອນ ແລະ ນັບ
ແຕ່ມື້ສ້າງຕັ້ງຂຶ້ນມາໄດ້ກາຍເປັນ ກຳລັງຫຼັກແຫຼ່ງໃນຂະບວນການປະຕິວັດຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າ, ຕ້ານຈັກກະພັດຜູ້ຮຸກຮານ ແລະ
ໂຄນລົ້ມລະບອບສັກດີນາປະຕິການ, ສ້າງຕັ້ງລະບອບໃໝ່ຂຶ້ນແທນ ແລະ ສືບຕໍ່ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ໄວ້ໃຫ້ໝັ້ນຄົງ,
ກອງທັບປະຊາຊົນລາວ ແມ່ນການກຳເນີດມາຈາກປະຊາຊົນ, ໂດຍປະຊາຊົນ, ຕໍ່ສູ້ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ.
ສັງລວມແລ້ວທາດແທ້ຂອງກອງທັບປະຊາຊົນລາວ, ແມ່ນມີ 3 ທາດແທ້ ແລະ 6 ມູນເຊື້ອອັນສະຫງ່າງາມຂອງກອງທັບ ຄື: ທາດແທ້ປະຕິວັດ,
ທາດແທ້ຊົນຊັ້ນກຳມະກອນ, ທາດແທ້ປະຊາຊົນ ແລະ ມູນເຊື້ອຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການ ສັງຄົມນິຍົມ, ນ້ຳໃຈຕໍ່ສູ້ພິ
ລະອາດຫານ, ກ້າແກ່ນໜຽວແໜ້ນ ແລະ ມີໄຫວພິກ, ນ້ຳໃຈດຸໝັ່ນຂະຫຍັນພຽນ, ອອກແຮງງານເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດ,
ຍາມໃດກໍ່ ຍຶດໝັ້ນການພົວພັນ, ສາມັກຄີແບບອິນຊີແໜ້ນແຟ້ນກັບ ປະຊາຊົນບັນດາເຜົ່າ, ສາມັກຄີ ກັບກອງທັບ ປະເທດເພື່ອນມິດຍຸດທະສາດ
ແລະ ບັນດາປະເທດ ທີ່ກ້າວໜ້າໃນໂລກ. ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງຕົນ, ກອງທັບປະຊາຊົນລາວ ຈະຕ້ອງໄດ້ເພີ່ມ
ທະວີບໍລິສຸດຕໍ່ຊາດ, ຮັບໃຊ້ປະຊາຊົນຢ່າງສຸດໃຈ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ສຳເລັດທຸກໜ້າທີ່, ມີຄວາມຈົງຮັກພັກດີຕໍ່ພັກ ແລະ
ຕໍ່ປະຊາຊົນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງ ປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ
ກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານໃຫ້ເປັນຂະບວນການຟົດຟື້ນ ແລະ ມີໝາກຜົນຕົວຈິງ, ຕັ້ງໜ້າເສີມ
ຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຂອງພັກ ແລະ ຂອງກອງທັບ, ມີສະຕິລະວັງຕົວສະກັດກັ້ນ ແລະ ທຳລາຍທຸກກົນອຸບາຍຫັນປ່ຽນໂດຍສັນ
ຕິຂອງບັນດາອິດທິກຳລັງປໍລະປັກ, ຕໍ່ຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ ແລະ ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ,
ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປົກປັກຮັກສາລະບອບໃໝ່, ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນ
ດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ສຸມໃສ່ການຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3
ຂັ້ນທົ່ວປວງຊົນຮອບດ້ານ ຕິດພັນກັບວຽກງານ 3 ສ້າງ ແລະ ແກ້ໄຂໜໍ່ແໜງຄວາມບໍ່ສະຫງົບໃຫ້ທັນເວລາ, ເພີ່ມທະວີການນຳພາຂອງພັກຕໍ່ກຳ
ລັງປະກອບອາວຸດ, ກຳລັງປ້ອງກັນຊາດ, ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນທາງດ້ານການເມືອງ, ຄຸນທາດປະຕິວັດ, ມີສະຕິຕໍ່ການຈັດຕັ້ງ
ລະບຽບວິໃນ, ສ້າງຖັນແຖວພະນັກງານສືບທອດປ່ຽນແທນ, ເພີ່ມທະວີວຽກງານອົບຮົມ-ຫັດແອບ, ຍົກລະດັບສິລະປະຍຸດ-ຍຸດທະວິທີ ໃຫ້ມີ
ຄວາມຊຳນິຊຳນານ, ສຸມໃສ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການສ້າງກອງປອດໃສ, ປອດໄພ, ປອດຄະດີ ແລະ ຂະບວນ
ການສ້າງນັກຮົບ-ກອງວັດທະນະທຳ ແນໃສ່ຕ້ານ ແລະ ສະກັດກັ້ນບັນດາປາກົດການຫຍໍ້ໃນກອງທັບ, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ
ສ້າງຄວາມ ເຂັ້ມແຂງດວ້ຍຕົນເອງ, ມີນ້ຳໃຈປະຢັດມັດທະຍັດ, ສຸມໃສ່ສ້າງພະລາທິການກັບທີ່, ຂຸດຄົ້ນທ່າແຮງບົ່ມຊ້ອນຂອງກົມກອງທ້ອງຖິ່ນ
ເຂົ້າໃນການປັບປຸງກໍ່ສ້າງດ້ານຄູ, ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດການຜະລິດກະສິກຳໃນທົ່ວກອງທັບ ເພື່ອຍົກລະດັບຊີວິດການເປັນຢູ່
ຂອງກອງທະຫານໃຫ້ດີຂຶ້ນ ແລະ ຜະລິດເປັນສິນຄ້າ ເພື່ອສ້າງແຫຼ່ງລາຍຮັບໃຫ້ກົມກອງ ແລະ ກອງທັບ, ເຊື່ອມຊຶມກຳແໜ້ນ, ປະຕິບັດແນວທາງ
ການຕ່າງປະເທດຂອງພັກ ໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບ ບັນດາປະເທດ ເພື່ອນມິດຍຸດທະສາດ ເຊັ່ນ, ສ.ສ ຫວຽດນາມ,
ສ.ປ ຈີນ, ສ.ຣັດເຊຍ ແລະ ບັນດາປະເທດໃກ້ຄຽງ, ຮ່ວມມືໃນປະເທດອາຊຽນ, ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະ
ພາບ ແລະ ການຮ່ວມມືສາກົນ. ກ່ຽວກັບວຽກງານຮັບປະກັນພະລາທິການກອງທັບ ເພື່ອກຽມຄວາມພ້ອມໃຫ້ແກ່ການຈັດຕັ້ງ ສະເຫຼີມສະຫຼອງວັນ
ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ; ໃນຄັ້ງນີ້, ໃຫ້ເປັນຂະບວນການຟົດຟື້ນ, ສະເພາະ ກົມໃຫຍ່ພະລາທິການກອງທັບພວກເຮົາ ເມື່ອ
ໄດ້ຮັບຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ກໍ່ຄືກະຊວງປ້ອງກັນປະເທດ ໄດ້ຮີບຮ້ອນເປັນເຈົ້າການ ແລະ ໄດ້
ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ, ບັນດາອະນຸກຳມະການຮັບຜິດຊອບດ້ານເນື້ອໃນ, ແຜນການ, ພິທີການ ແລະ ການຈັດຕັ້ງປະຕິບັດການເຄື່ອນ
ໄຫວວຽກງານຕົວຈິງ ທາງດ້ານຂົງເຂດວຽກງານວິຊາເພາະ, ເປັນຕົ້ນວຽກງານຮັບປະກັນຂົນສົ່ງ, ນ້ຳມັນເຊື້ອໄຟ, ເສນາຮັກ, ອຸປະໂພກ-ບໍລິໂພກ,
ການກໍ່ສ້າງສ້ອມແປງພື້ນຖານໂຄງລ່າງ, ການຈັດຕັ້ງໂຄສະນາປາຖະກະຖາ, ເປີດບັ້ນດຳເນີນຊີວິດການເມືອງ, ຂະບວນການແຂ່ງຂັນຍ້ອງຍໍ, ກິລາ, ສິ
ລະປະ-ວັນນະຄະນະດີ, ການຝຶກແອບ ແລະ ຊ້ອມຮົບສະແດງກຳລັງ, ການຈັດຕັ້ງປ້ອງກັນເວນຍາມ ເພື່ອຮັກສາຄວາມສະຫງົບ, ປະດັບປະດາຄ້າຍ
ຄູໃຫ້ສະອາດຈົບງາມ, ຂື້ນແຜນງົບປະມານເສດຖະກິດ-ການເງິນ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ
ລາວ ຄົບຮອບ 75 ປີ ໃນຄັ້ງນີ້, ສຳເລັດຜົນຢ່າງຈົບງາມ.

     ທ້າຍນີ້, ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໃຫ້ເຕັມໄປດ້ວຍບັນຍາກາດອັນເບີກ
ບານມ່ວນຊື່ນໃນທົ່ວກອງທັບ, ໃນນາມຄະນະນຳກົມໃຫຍ່ພະລາທິການກອງທັບ, ຂ້າພະເຈົ້າ, ຂໍຕາງໜ້າໃຫ້ ນາຍ ແລະ ພົນທະຫານ, ພະນັກງານ, ນັກ
ຮົບທົ່ວທຸກຂະແໜງການເຫຼົ່າຮົບພະລາທິການກອງທັບ, ຂໍກ່າວສະແດງຄຳອວຍພອນໄຊອັນປະເສີດມາຍັງບັນດາ ທ່ານການນຳພັກ-ລັດ, ກໍຄືການນໍາ ກະ
ຊວງປ້ອງກັນປະເທດ, ຈົ່ງມີແຕ່ສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຄວາມສຸກໃນຊີວິດ ແລະ ສຳເລັດໜ້າທີ່ວຽກງານອັນມີກຽດສະຫງ່າສູງສົ່ງ
ແລະ ສືບຕໍ່ຊີ້ນຳ-ນຳພາທຸກໆເຫຼົ່າຮົບກຳລັງກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ ແລະ ກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ, ຂໍອວຍ
ພອນໄຊມາຍັງຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບປະຊາຊົນລາວ, ເວົ້າລວມ, ເວົ້າສະເພາະ ກໍ່ຄືຄະນະນຳກົມ
ໃຫຍ່ພະລາທິການ, ພ້ອມດ້ວຍພະນັກງານ-ນັກຮົບທົ່ວເຫຼົ່າຮົບພະລາທິການກອງທັບ, ຈົ່ງມີແຕ່ຄວາມສຸກຄວາມຈະເລີນ, ພ້ອມກັນເຮັດສຳເລັດໜ້າທີ່
ວຽກງານການເມືອງຂອງພັກໃນໄລຍະໃໝ່, ກໍຄືການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາ ສະເພາະຂອງຕົນທີ່ການຈັດຕັ້ງພັກ-ລັດ ແລະ ກອງທັບ ມອບ
ໝາຍໃຫ້ມີຜົນສຳເລັດຢ່າງຈົບງາມຕະຫຼອດໄປ.

ແຫຼ່ງທີ່ມາ ຄຳປະສົງ ລາດຊະວົງ
ວັນທີ 24/08/2023